fbpx ບົດລາຍງານການຕິດຕາມການສຶກສາໂລກ 2021/2 ບົດບາດຂອງພາກສ່ວນທີ່ບໍ່ແມ່ນພາກລັດໃນວຽກງານການສຶກສາ: ໃຜເປັນຜູ້ເລືອກ? ໃຜເປັນຜູ້ສູນເສຍ? | Multisectoral Regional Office in Bangkok

ບົດລາຍງານການຕິດຕາມການສຶກສາໂລກ 2021/2 ບົດບາດຂອງພາກສ່ວນທີ່ບໍ່ແມ່ນພາກລັດໃນວຽກງານການສຶກສາ: ໃຜເປັນຜູ້ເລືອກ? ໃຜເປັນຜູ້ສູນເສຍ?

ບົດລາຍງານການຕິດຕາມການສຶກສາໂລກ 2021/2 ບົດບາດຂອງພາກສ່ວນທີ່ບໍ່ແມ່ນພາກລັດໃນວຽກງານການສຶກສາ: ໃຜເປັນຜູ້ເລືອກ? ໃຜເປັນຜູ້ສູນເສຍ?

ບົດບາດຂອງພາກສ່ວນຕ່າງໆທີ່ບໍ່ແມ່ນພາກລັດ ແມ່ນຂະຫຍາຍອອກໄປນອກເໜືອຈາກການສະໜອງໂຮງຮຽນໄປສູ່ໂຄງການຊ່ວຍເຫຼືອໃນລະດັບການສຶກສາຕ່າງໆ ແລະ ຂອບເຂດອິດທິພົນ. ຄຽງຄູ່ກັບການທົບທວນຄວາມຄືບໜ້າຂອງເປົ້າໝາຍ SDG 4, ລວມທັງຫຼັກຖານທີ່ພົ້ນເດັ່ນກ່ຽວກັບຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19, ບົດລາຍງານການຕິດຕາມການສຶກສາໂລກ 2021/2 ຮຽກຮ້ອງໃຫ້ລັດຖະບານເບິ່ງທຸກສະຖາບັນ, ນັກຮຽນ ແລະ ຄູອາຈານເປັນສ່ວນໜຶ່ງຂອງລະບົບດຽວ. ມາດຕະຖານ, ຂໍ້ມູນຂ່າວສານ, ສິ່ງຈູງໃຈ ແລະ ຄວາມຮັບຜິດຊອບ ຄວນຊ່ວຍລັດຖະບານໃນການຄຸ້ມຄອງ, ເຄົາລົບ ແລະ ປະຕິບັດສິດທິໃນການສຶກສາຂອງທຸກຄົນ, ໂດຍບໍ່ລະສາຍຕາຈາກສິດທິພິເສດ ຫຼື ການສະແຫວງຫາຜົນປະໂຫຍດ. ການສຶກສາທີ່ໄດ້ຮັບທຶນຈາກລັດຖະບານບໍ່ຈໍາເປັນຕ້ອງເປີດເຜີຍໃຫ້ສາທາລະນະ, ແຕ່ການຈັດການກັບຄວາມບໍ່ສະເໝີພາບໃນຂະບວນການສຶກສາ, ຜົນການຮຽນຮູ້ຂອງນັກຮຽນ ແລະ ເງື່ອນໄຂການເຮັດວຽກຂອງຄູອາຈານ ຕ້ອງໄດ້ຮັບການແກ້ໄຂ. ປະສິດທິພາບ ແລະ ນະວັດຕະກໍາແທນທີ່ຈະເປັນຄວາມລັບທາງການຄ້າ ຄວນຖືກເຜີຍແຜ່ ແລະ ປະຕິບັດໂດຍທຸກຄົນ. ໃນນັ້ນ, ຄວາມໂປ່ງໃສ ແລະ ຄວາມຊື່ສັດໃນຂະບວນການນະໂຍບາຍການສຶກສາຂອງລັດ ຕ້ອງໄດ້ຮັບການຮັກສາ ເພື່ອສະກັດກັ້ນການສະແຫວງຫາຜົນປະໂຫຍດ.

ຄວາມຮຽກຮ້ອງຕ້ອງການຂອງບົດລາຍງານ - ໃຜເປັນຜູ້ເລືອກ? ໃຜເປັນຜູ້ສູນເສຍ? - ເຊີນຊວນຜູ້ວາງນະໂຍບາຍ ໃຫ້ຕັ້ງຄໍາຖາມຄວາມສໍາພັນກັບພາກສ່ວນຕ່າງໆທີ່ບໍ່ແມ່ນພາກລັດ ໃນເລື່ອງທາງເລືອກພື້ນຖານ: ລະຫວ່າງຄວາມສະເໝີພາບ ແລະ ເສລີພາບໃນການເລືອກ; ລະຫວ່າງຊຸກຍູ້ການລິເລີ່ມ ແລະ ການກໍານົດມາດຕະຖານ; ລະຫວ່າງກຸ່ມປະຊາກອນທີ່ມີວິທີການປະຕິບັດ ແລະ ຄວາມຕ້ອງການທີ່ແຕກຕ່າງກັນ; ລະຫວ່າງພັນທະທີ່ຕ້ອງບັນລຸທັນທີພາຍໃຕ້ SDG 4 ແລະ ພັນທະທີ່ຈະຕ້ອງບັນລຸຜົນສໍາເລັດຢ່າງກ້າວໜ້າຕາມລໍາດັບ (ເຊັ່ນ: ການສຶກສາຫຼັງລະດັບມັດທະຍົມສຶກສາ); ແລະ ລະຫວ່າງຂະແໜງການສຶກສາ ແລະ ຂະແໜງການສັງຄົມອື່ນໆ.

ເຄື່ອງມືອອນລາຍ 2 ຢ່າງທີ່ສະໜັບສະໜູນບົດລາຍງານການຕິດຕາມການສຶກສາໂລກສະບັບທີຫ້າ ຄື: PEER ເຊິ່ງເປັນແຫຼ່ງຂໍ້ມູນການສົນທະນາດ້ານນະໂຍບາຍທີ່ອະທິບາຍເຖິງກິດຈະກໍາ ແລະ ກົດລະບຽບຫຼັກການທີ່ບໍ່ແມ່ນຂອງລັດໃນລະບົບການສຶກສາຂອງໂລກ; ແລະ VIEW ເຊິ່ງເປັນເວັບໄຊໃໝ່ທີ່ລວບລວມແຫຼ່ງຂໍ້ມູນ ແລະ ສະໜອງການຄາດຄະເນອັດຕາການສໍາເລັດການສຶກສາໃໝ່ໃນແຕ່ລະໄລຍະ.

Download ICONView / Download file

Publication date