fbpx ປະກາດ: ຜູ້ໄດ້ຮັບຄັດເລືອກເຂົ້າຮ່ວມເວທີສົນທະນາທູດຊາວໜຸ່ມແຂວງຫຼວງພະບາງຄັ້ງທຳອິດ | UNESCO Regional Office in Bangkok

ປະກາດ: ຜູ້ໄດ້ຮັບຄັດເລືອກເຂົ້າຮ່ວມເວທີສົນທະນາທູດຊາວໜຸ່ມແຂວງຫຼວງພະບາງຄັ້ງທຳອິດ

banner for Announcement: Applicants selected to join the first Luang Prabang Youth Ambassadors’ Forum

ປະກາດ: ຜູ້ໄດ້ຮັບຄັດເລືອກເຂົ້າຮ່ວມເວທີສົນທະນາທູດຊາວໜຸ່ມແຂວງຫຼວງພະບາງຄັ້ງທຳອິດ

ວັນທີ 20 ສິງຫາ 15 ຕຸລາ 2022 ທາງອອນໄລນ໌ແລະຫຼວງພະບາງ

ອົງການຢູເນສໂກ ມະຫາວິທະຍາໄລຂອງສະຫະປະຊາຊາດ ສະຖາບັນເຕັກໂນໂລຊີໂຕກຽວ ສູນຝຶກອົບຮົມສາກົນສໍາລັບມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸໃນພາກພື້ນອາຊີປາຊີຟິກ ສູນສິລະປະພື້ນເມືອງແລະຊົນເຜົ່າ ຫ້ອງການມໍລະດົກໂລກຫຼວງພະບາງ ແລະ ກົມຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີຄວາມຍິນດີທີ່ຈະປະກາດວ່າ ຊາວໜຸ່ມຫຼວງພະບາງ ຈຳນວນ 29 ຄົນ ໄດ້ຖືກຄັດເລືອກໃຫ້ເຂົ້າຮ່ວມເວທີສົນທະນາອອນໄລນ໌ຜູ້ຕາງຫນ້າຊາວໜຸ່ມຫຼວງພະບາງ ສ້າງນະວັດຕະກໍາຂອງຊຸມຊົນເພື່ອສົ່ງເສີມການພັດທະນາແບບຍືນຍົງແລະຮັກສາມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ ຄັ້ງທຳອິດ

ເຍົາວະຊົນ ອາຍຸລະຫວ່າງ 15 ຫາ 30 ປີ ຈະເຂົ້າຮ່ວມໃນການຮຽນຮູ້ແບບປະສົມ ເຊິ່ງມີການບັນຍາຍແລະການສົນທະນາຜ່ານທາງ Zoom ແລະກິດຈະກໍາພາກສະຫນາມຈະເຮັດຢູ່ໃນຊຸມຊົນທ້ອງຖິ່ນທີ່ຮັກສາມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸຕ່າງໆ

ໃນເວທີສົນທະນາແບບໃໝ່​​ຄັ້ງນີ້, ຊາວໜຸ່ມລາວຈະໄດ້ຮຽນຮູ້ຈາກບັນດາຜູ້ຊ່ຽວຊານດ້ານມໍລະດົກວັດທະນະທຳແລະໄອຊີທີ ລະດັບສາກົນແລະລະດັບຊາດເພື່ອຄົ້ນຄ້ວາແລະບັນທຶກມໍລະດົກທີ່ມີຊີວິດຢູ່ໃນບ້ານໃກ້ເຮືອນຄຽງ. ເຂົາເຈົ້າຈະເຂົ້າຮ່ວມຫ້ອງຮຽນພາກປະຕິບັດຫຼາຍຢ່າງ ເຊັ່ນ ການຄິດອອກແບບ (Design thinking), ການບັນທຶກແລະຕັດຕໍ່ວີດີໂອ, ການເຮັດທະບຽນມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸທີ່ຊຸມຊົນເປັນສູນກາງ ເຊັ່ນດຽວກັນກັບການສົນທະນາກ່ຽວກັບໄພຂົ່ມຂູ່ຕໍ່ວັດທະນະທໍາຂອງເຂົາເຈົ້າ ແລະປະເດັນທີ່ຍັງໂຕ້ແຍ້ງກັນຢູ່ກ່ຽວກັບມໍລະດົກວັດທະນະທໍາຂອງຊຸມຊົນທ້ອງຖິ່ນ.

ພິເສດສະເພາະເວທີນີ້ເທົ່ານັ້ນ: ຖ້າທ່ານສົນໃຈເຂົ້າຮ່ວມເວທີປາໄສ (ດຳເນີນເປັນພາສາອັງກິດ ແລະ ພາສາລາວພ້ອມໆກັນ), ທ່ານສາມາດລົງທະບຽນເປັນ 'ຜູ້ສັງເກດການ' ຜ່ານລິ້ງນີ້: https://bit.ly/LPyouth-Observer

ຜູ້ສັງເກດການບໍ່ຕ້ອງເຮັດວຽກພາກສະຫນາມຫຼືສົ່ງວຽກບ້ານໃນກິດຈະກໍາຂອງເວທີສົນທະນາໃດໆ. ເຂົາເຈົ້າສາມາດນັ່ງຢູ່ໃນຫ້ອງຮຽນອອນໄລນ໌ເພື່ອຟັງການບັນຍາຍແລະການສົນທະນາ ແລະຈະບໍ່ໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມໃດໆ. ບໍ່ມີກໍານົດອາຍຸສໍາລັບຜູ້ສັງເກດການ.

ຕາຕະລາງວາລະຂອງເວທີສົນທະນາ: https://bit.ly/LPyouth-book 

ຜູ້ໄດ້ຮັບຄັດເລືອກເຂົ້າຮ່ວມເວທີສົນທະນາຊາວໜຸ່ມແຂວງຫຼວງພະບາງ

ລຳດັບ

ຊື່

1

. ນ້ອຍ ພັນທານິດ

2

. ໂຊກໄຊ ຈິດຕະພົງ

3

. ມົນລະດີ ພົມມາລາ

4

. ທິບພະວົງ ມະນີວົງ

5

ນ. ວັນຄຳ

6

. ບັງອອນ ດວງຈະເລີນ

7

. ສິດ ເພັດມະນີ

8

. ມິລ່າ ດວງມີໂຊ

9

. ສີອໍາໄພ ມິດາຈັນ

10

. ສົມຫລ້າ ດວງຊີວັນ

11

. ຈາລິຢາ ພິດສະໄໝ

12

. ວັນນະສິນ ຜົງສະໄຫວ

13

. ພອນມະໄລ ຈິດຕະວົງ

14

. ມະນີວັນ ສີສົມພອນ

15

. ມະນີຈັນ ໄຊຍະວົງ

16

. ຄໍາຈັນ ປັນຍາຮັກ

17

. ແນັດ ຈັນທະນິ

18

. ມິນ່າ ທານົມສັກ

19

. ດວງໄຈ ແສງອາລຸນ

20

. ລີ ວ່າງ ໄຊອາຊາ

21

. ພົມມະເລດ ເທວະມິດ

22

. ອານຸລັກ ລັດຕະນະນົງສີ

23

. ສົມສຸກ ຄຸນສະຫວັດ

24

. ໂກເດັມ ຂວາງແກ້ວມະນີ

25

. ທອງສີ ສີຄຳໄບ

26

. ໄຊ ຍາງ

27

. ບຸນມີ ວົງໜ້າທີ່

28

. ວັນໂນລາ ພົງວິຈິດ