fbpx ງານສະແດງຜົນງານ ແນວຄິດໂຄງການຂອງໄວໜຸ່ມ ຜ່ານທາງອອນໄລ - Community Heritage for Sustainability UNESCO Youth Forum | Lao PDR | Multisectoral Regional Office in Bangkok

ງານສະແດງຜົນງານ ແນວຄິດໂຄງການຂອງໄວໜຸ່ມ ຜ່ານທາງອອນໄລ - Community Heritage for Sustainability UNESCO Youth Forum | Lao PDR

ງານສະແດງຜົນງານ ແນວຄິດໂຄງການຂອງໄວໜຸ່ມ ຜ່ານທາງອອນໄລ - Community Heritage for Sustainability UNESCO Youth Forum | Lao PDR

ງານສະແດງຜົນງານ ແນວຄິດໂຄງການຂອງໄວໜຸ່ມ ຜ່ານທາງອອນໄລ - 6 ພະຈິກ 
(Zoom ແລະ Facebook ຂອງ UNESCO Bangkok)
ຕາຕະລາງກິດຈະກຳ

Show case day

 

ພູມປັນຍາ ວັດທະນະທຳ ແລະ ແຫຼ່ງມໍລະກົດທ້ອງຖິ່ນ ສາມາດຊ່ວຍໃຫ້ພໍ່ແມ່ພີ່ນ້ອງຂອງທ່ານມີຊີວິດທີ່ດີ,

ຍືນຍົງ ແລະ ກ້າວໜ້າໄດ້ແນວໃດ?

ແລ້ວ ຢູເນສໂກ ຈະຊ່ວຍໃຫ້ທ່ານເປັນກຳລັງສຳຄັນແກ່ບ້ານເກີດເມືອງນອນຂອງທ່ານໄດ້ແນວໃດ?

ຂໍເຊີນເຂົ້າຮ່ວມ ກອງປະຊຸມຂອງໄວໜຸ່ມ ແລະ ພັດທະນາໂຄງການເພື່ອຊຸມຊົນຂອງທ່ານເອງ

Community Heritage for Sustainability
UNESCO Youth Forum | Lao PDR

ກອງປະຊຸມອອນໄລຂອງ ຢູເນສໂກ ທີ່ຈະຊ່ວຍໃຫ້ທ່ານໄດ້ລົງມືເຮັດເພື່ອຊຸມຊົນຂອງທ່ານ

ມາຮຽນຮູ້ຮ່ວມກັນ ຕະຫຼອດເດືອນ ຕຸລາ ປີ 2021 ນີ້

ເປີດຮັບສະໝັກເຖິງວັນທີ 31 ສິງຫາ 2021

ບໍ່ມີຄ່າໃຊ້ຈ່າຍໃດໆໃນການສະໝັກ ແລະ ການເຂົ້າຮ່ວມ

ວີທີການສະໝັກ

  1. ເນື່ອງຈາກສະຖານະການ COVID-19, ພວກເຮົາພະຍາຍາມຫຼີກເວັ້ນການເດີນທາງໄປມາລະຫວ່າງຕົວເມືອງ. ຜູ້ເຂົ້າຮ່ວມທີ່ບໍ່ສາມາດເຂົ້າເຖິງ Zoom ຢູ່ເຮືອນໄດ້ຕ້ອງອາໄສຢູ່ໃນຫຼວງພະບາງ, ຈໍາປາສັກ (ປາກເຊ) ແລະຊຽງຂວາງ, ເພື່ອເຂົ້າຮ່ວມການສົນທະນາຢູ່ທີ່ຫ້ອງການມໍລະດົກໂລກຢູ່ໃນຕົວເມືອງເຫຼົ່ານີ້. ຜູ້ເຂົ້າຮ່ວມທີ່ສາມາດເຂົ້າເຖິງ Zoom ຢູ່ເຮືອນສາມາດມາຈາກເມືອງໃດກໍ່ໄດ້.
  2. ສຳລັບໄວໜຸ່ມທີ່ມີອາຍຸ 15-30 ປີ ທຸກເພດ
  3. ສາມາດໃຊ້ທັງພາສາລາວ ແລະ ພາສາໄທໄດ້
  4. ມີຄວາມຮັກໃນວັດທະນະທຳທ້ອງຖິ່ນ ແລະ ຕ້ອງການພັດທະນາຄວາມເປັນຢູ່ຂອງຊຸມຊົນຂອງຕົນ
  5. ມີເວລາຮ່ວມຮຽນຮູ້ ແລະ ເຂົ້າຮ່ວມການສຳມະນາອອນໄລ ແລະ ລົງເຮັດວຽກໃນພື້ນທີ່ໃນຊຸມຊົນຂອງຕົນເອງໄດ້
  6. ສາມາດເຂົ້າເຖິງອິນເຕີເນັດຈາກເຮືອນ ຫຼື ບ່ອນເຮັດວຽກປະຈຳຂອງທ່ານໄດ້
  • ສະໝັກດ່ຽວ ຫຼື ເປັນທີມ (ບໍ່ເກີນ 3 ຄົນ) ກໍໄດ້
  • ກະລຸນາຮັບໃບສະໝັກໄດ້ທີ່ http://tiny.cc/youthlaos
  • ຢູເນສໂກຈະຕິດຕໍ່ຜູ້ທີ່ມີສິດມາເຂົ້າຮ່ວມ ກອງປະຊຸມຂອງໄວໜຸ່ມ (Youth Forum) ກັບພວກເຮົາພາຍໃນວັນທີ 15 ກັນຍາ 2021 ໂດຍການປະກາດທາງ Facebook ແລະ ເວັບໄຊຂອງ UNESCO Bangkok

ທ່ານຈະໄດ້ຮຽນຮູ້ຫຍັງແດ່?

  1. ກ່ອນອື່ນທ່ານຈະໄດ້ຮັບສື່ການຮຽນການສອນ e-Learning Package ທີ່ຈະເຮັດໃຫ້ທ່ານສາມາດເຂົ້າເບິ່ງວິດີໂອການຮຽນຮູ້ເປັນພາສາລາວ ແລະ ພາສາໄທ ຜ່ານທາງ YouTube ຂອງຢູເນສໂກ UNESCO ແລະ ກຽມໂຕເຂົ້າຮ່ວມການສົນທະນາແບບເຫັນໜ້າໃນວັນເວລາທີ່ກຳນົດໄດ້
  2. ເນື້ອໃນທີ່ຈະຮຽນຮູ້ ແລະ ແລກປ່ຽນເຊັ່ນ:
    1. ຢູເນສໂກ ໄດ້ເຮັດວຽກດ້ານໃດແດ່ ແລະ ໄດ້ເຮັດວຽກງານດ້ານວັດທະນະທຳຫຍັງແດ່ທັງໃນລະດັບຊາດ ແລະ ນານາຊາດ
    2. ມໍລະດົກແມ່ນຫຍັງ? ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ຫຼື Intangible Cultural Heritage ແມ່ນຫຍັງ ແລະ ມີຄວາມກ່ຽວຂ້ອງກັບຊຸມຊົນທ້ອງຖິ່ນຂອງເຮົາແນວໃດ?
    3. ທຶນທາງວັດທະນະທຳແມ່ນຫຍັງ? ມັນຊ່ວຍເຫຼືອເຮົາທາງດ້ານສິ່ງແວດລ້ອມ, ສັງຄົມ ແລະ ເສດຖະກິດໄດ້ແນວໃດ?
    4. ການເຮັດວຽກກັບຊຸມຊົນທ້ອງຖິ່ນຕ້ອງຄຳນຶງເຖິງຫຍັງແດ່?
    5. ການສົ່ງເສີມ ແລະ ການຮັກສາມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸແມ່ນຫຍັງ? ການຂຶ້ນບັນຊີຂໍ້ມູນມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸມີປະໂຫຍດຫຍັງແດ່?
    6. ຕົວຢ່າງທີ່ພົ້ນເດັ່ນຈາກຊຸມຊົນຕ່າງໆ ທີ່ໄດ້ນຳໃຊ້ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ເພື່ອການສ້າງຄວາມເປັນຢູ່ແບບຍືນຍົງ, ບໍ່ແບ່ງແຍກ ແລະ ຊ່ວຍຟື້ນຟູສະພາບຂອງຊຸມຊົນ ແລະ ສິ່ງແວດລ້ອມ
    7. ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ, ຄວາມຫຼາກຫຼາຍທາງວັດທະນະທຳ ແລະ ຄວາມສະເໝີພາບທາງເພດ
    8. ການຂຽນໂຄງການໂດຍມີຊຸມຊົນເປັນຮາກຖານ ແລະ ການລົງພື້ນທີ່ສ້າງຄວາມມີສ່ວນຮ່ວມກັບຊຸມຊົນຂອງທ່ານ
    9. ທ່ານຍັງຈະໄດ້ມີໂອກາດປຶກສາຜູ້ຊ່ຽວຊານຂອງລາວ ແລະ ສາກົນ ກ່ຽວກັບເສັ້ນທາງສາຍອາຊີບດ້ານວັດທະນະທຳ ແລະ ການພັດທະນາແບບຍືນຍົງອີກດ້ວຍ
  3. ທ່ານຈະໄດ້ນຳສະເໜີແນວຄວາມຄິດຂອງໂຄງການຊ່ວຍເຫຼືອຊຸມຊົນຂອງທ່ານຕໍ່ໜ້າອົງກອນນານາຊາດ, ທະນາຄານ, ແລະ ນັກພັດທະນາສັງຄົມ. ຢູເນສໂກຈະເປີດໂອກາດໃຫ້ຜົນງານ ແລະ ແນວຄວາມຄິດຂອງທ່ານໄດ້ປາກົດຂຶ້ນໃນສື່ອອນໄລຂອງຢູເນສໂກ ເຊິ່ງຈະເຮັດໃຫ້ໜ່ວຍງານຕ່າງໆໄດ້ຮັບຟັງສຽງ ແລະ ເຫັນຜົນງານຂອງທ່ານຫຼາຍຂຶ້ນ

 

ຕາຕະລາງກິດຈະກຳ

ເປີດຮັບສະໝັກ

26 ກໍລະກົດ – 31 ສິງຫາ

ປະກາດຜົນຜູ້ໄດ້ຮັບຄັດເລືອກ

15 ກັນຍາ

ຮັບສື່ການຮຽນການສອນ e-Learning Package ແລະ ເລີ່ມຮຽນດ້ວຍຕົນເອງຈາກວິດີໂອ YouTube ຂອງຢູເນສໂກ

27 ກັນຍາ – 14 ຕຸລາ

ຮຽນຜ່ານການສົນທະນາແບບເຫັນໜ້າ ຜ່ານ Zoom (5 ວັນ)

ເດີນທາງໄປເຂົ້າຮ່ວມກອງປະຊຸມຢູ່ທີ່ຫ້ອງການມໍລະດົກໂລກ
ຂອງເມືອງຫຼວງພະບາງ, ຈໍາປາສັກ (ປາກເຊ) ຫຼືຊຽງຂວາງ

15-19 ຕຸລາ

ເຮັດວຽກຮ່ວມກັບຊຸມຊົນເພື່ອເກັບຂໍ້ມູນມາຮ່າງໂຄງການທີ່ຊຸມຊົນຂອງທ່ານຕ້ອງການຢາກຈັດຕັ້ງປະຕິບັດ (fieldwork)

20 ຕຸລາ - 5 ພະຈິກ

ງານສະແດງຜົນງານ ແນວຄິດໂຄງການຂອງໄວໜຸ່ມ ຜ່ານທາງອອນໄລ (Zoom ແລະ Facebook ຂອງ UNESCO Bangkok)

ເດີນທາງໄປເຂົ້າຮ່ວມກອງປະຊຸມຢູ່ທີ່ຫ້ອງການມໍລະດົກໂລກ
ຂອງເມືອງຫຼວງພະບາງ, ຈໍາປາສັກ (ປາກເຊ) ຫຼືຊຽງຂວາງ

ພະຈິກ

(ການຶກຊ້ອມ 30 ຕຸລາ)

ລໍຖ້າຮັບໃບປະກາດ ແລະ ຂອງລາງວັນຕ່າງໆຈາກ ຢູເນສໂກ ທີ່ຈະສົ່ງເຖິງບ້ານທ່ານເອງ

30 ພະຈິກ

Event