fbpx ການຝຶກອົບຮົມຄູອາຈານໄທ-ລາວ “ການນໍາໃຊ້ມໍລະດົກວັດທະນະທໍາທີ່ມີຊີວິດໃນການຈັດການຮຽນຮູ້ໃນຫ້ອງຮຽນ” | Multisectoral Regional Office in Bangkok

ການຝຶກອົບຮົມຄູອາຈານໄທ-ລາວ “ການນໍາໃຊ້ມໍລະດົກວັດທະນະທໍາທີ່ມີຊີວິດໃນການຈັດການຮຽນຮູ້ໃນຫ້ອງຮຽນ”

ການຝຶກອົບຮົມຄູອາຈານໄທ-ລາວ “ການນໍາໃຊ້ມໍລະດົກວັດທະນະທໍາທີ່ມີຊີວິດໃນການຈັດການຮຽນຮູ້ໃນຫ້ອງຮຽນ”

ນີ້ແມ່ນຄັ້ງທໍາອິດທີ່​ມີ​ການ​ຝຶກ​ອົບ​ຮົມ​ຄູ​ອາ​ຈານ​ລະຫວ່າງ​ປະ​ເທດໃນຫົວຂໍ້ກ່ຽວກັບມໍລະດົກທາງວັດທະນະທໍາທີ່​ມີ​ຊີ​ວິດ​ ໂດຍຈະເກີດຂຶ້ນທີ່ແຂວງອຸດອນທານີ ໃນວັນທີ 22-24 ເມສາ 2566. ເນື້ອໃນການ​ຝຶກ​ອົບ​ຮົມຄັ້ງ​ນີ້ມາຈາກຄູ່ມືຄູ ເລື່ອງ ການນໍາມໍລະດົກທີ່​ມີ​ຊີ​ວິດມາສູ່ຫ້ອງຮຽນ ໃນອາຊີແລະແປຊິຟິກ ແລະ ຫຼັກສູດອອນໄລນ໌ໃນຫົວຂໍ້ດຽວກັນ ສຳລັບຄູແລະນັກການສຶກສາ ຜ່ານ GCED Online Campus.

ການຝຶກອົບຮົມຄັ້ງ​ນີ້ ແລະການທົດລອງສອນດ້ວຍແຜນການສອນໃນ 24 ໂຮງຮຽນ ໃນປະເທດໄທ ແລະ ສປປ. ລາວ ໃນປີ ພ.ສ. 2566 ດໍາເນີນໂຄງການໂດຍ ຢູເນສໂກ ມູນນິທິການສຶກສາເພື່ອສ້າພົນລະເມືອງໄທ ຫ້ອງການຄະນະກໍາມະການ ສຶກສາຂັ້ນພື້ນຖານ (OBEC) ໂດຍກະຊວງສຶກສາທິການໄທ ແລະ ຄະນະກໍາມະການວ່າດ້ວຍວ່າຢູເນສໂກປະຈຳ ສປປ. ລາວ ແລະໄດ້ຮັບການສະໜັບສະໜຸນດ້ານການເງິນຈາກ ສູນເຄືອຂ່າຍສາກົນເພື່ອມໍລະດົກວັດທະນະທຳບໍ່ມີຕົວຕົນໃນພາກພື້ນອາຊີປາຊີຟິກ (ICHCAP), ສູນຝຶກອົບຮົມສາກົນເພື່ອມໍລະດົກວັດທະນະທຳບໍ່ມີຕົວຕົນໃນພາກພື້ນອາຊີປາຊີຟິກ (CRIHAP) ແລະສະຖາບັນສື່ເດັກແລະຊາວໜຸ່ມ (TCI).

ການຝຶກອົບຮົມຄັ້ງນີ້ໄດ້ນໍາເອົາແນວຄວາມຄິດສາກົນກ່ຽວກັບມໍລະດົກວັດທະນະທໍາທີ່ບໍ່ມີຕົວຕົນ (ICH) ຫຼື ມໍລະດົກທີ່ມີຊີວິດມາປະສົມປະສານກັບນະວັດຕະກໍາການສຶກສາທີ່ທັນສະໄຫມ ເຊັ່ນ: ການສຶກສາເພື່ອການພັດທະນາແບບຍືນຍົງ (ESD) ການສຶກສາສໍາລັບການເປັນພົນລະໂລກ ແລະພົນລະເມືອງ. ການຝຶກອົບຮົມຄັ້ງນີ້ຈະສ້າງທັກສະພື້ນຖານໃຫ້ແກ່ຄູເພື່ອຮູ້ແລະເຂົ້າໃຈວັດທະນະທໍາທີ່ມີຮ່ວມກັນ ລະຫວ່າງລາວແລະໄທອີສານ ແລະເກັບກໍາຂໍ້ມູນດ້ວຍຊຸມຊົນທ້ອງຖິ່ນມີສ່ວນຮ່ວມທີ່ແທ້ຈິງ ແລະໃນທີ່ສຸດ, ຄູຈະສາມາດອອກແບບແຜນບົດຮຽນທີ່ມີປະສິດທິພາບ ເຊິ່ງໃຊ້ມໍລະດົກທ້ອງຖິ່ນເປັນວິທີການແລະ ເຄື່ອງມືການຮຽນຮູ້.

ຜູ້ເຂົ້າຮ່ວມການຝຶກອົບຮົມ ແລະ ທົດລອງແຜນການສອນຄັ້ງນີ້ ມີຄູສອນໂຮງຮຽນມັດທະຍົມ ຈາກ 20 ແຂວງໃນພາກຕາເວັນອອກສຽງເໜືອຂອງໄທ ແລະ 4 ແຂວງໃນ ສປປ ລາວ. (ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຈຳປາສັກ ແລະ ຊຽງຂວາງ) ລວມທັງບຸກຄະລາກອນຈາກພະແນກສ້າງຄູ, ກົມສ້າງຄູ ແລະ ພະແນກສຶກສາສັງຄົມ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ.

ເອກະສານສຳລັບຜູ້ເຂົ້າຮ່ວມສາມາດດາວໂຫຼດໄດ້:

ICH in education animation Thai

 

Event
-