ການຝຶກອົບຮົມຄູອາຈານໄທ-ລາວ “ການນໍາໃຊ້ມໍລະດົກວັດທະນະທໍາທີ່ມີຊີວິດໃນການຈັດການຮຽນຮູ້ໃນຫ້ອງຮຽນ”
ນີ້ແມ່ນຄັ້ງທໍາອິດທີ່ມີການຝຶກອົບຮົມຄູອາຈານລະຫວ່າງປະເທດໃນຫົວຂໍ້ກ່ຽວກັບມໍລະດົກທາງວັດທະນະທໍາທີ່ມີຊີວິດ ໂດຍຈະເກີດຂຶ້ນທີ່ແຂວງອຸດອນທານີ ໃນວັນທີ 22-24 ເມສາ 2566. ເນື້ອໃນການຝຶກອົບຮົມຄັ້ງນີ້ມາຈາກຄູ່ມືຄູ ເລື່ອງ ການນໍາມໍລະດົກທີ່ມີຊີວິດມາສູ່ຫ້ອງຮຽນ ໃນອາຊີແລະແປຊິຟິກ ແລະ ຫຼັກສູດອອນໄລນ໌ໃນຫົວຂໍ້ດຽວກັນ ສຳລັບຄູແລະນັກການສຶກສາ ຜ່ານ GCED Online Campus.
ການຝຶກອົບຮົມຄັ້ງນີ້ ແລະການທົດລອງສອນດ້ວຍແຜນການສອນໃນ 24 ໂຮງຮຽນ ໃນປະເທດໄທ ແລະ ສປປ. ລາວ ໃນປີ ພ.ສ. 2566 ດໍາເນີນໂຄງການໂດຍ ຢູເນສໂກ ມູນນິທິການສຶກສາເພື່ອສ້າພົນລະເມືອງໄທ ຫ້ອງການຄະນະກໍາມະການ ສຶກສາຂັ້ນພື້ນຖານ (OBEC) ໂດຍກະຊວງສຶກສາທິການໄທ ແລະ ຄະນະກໍາມະການວ່າດ້ວຍວ່າຢູເນສໂກປະຈຳ ສປປ. ລາວ ແລະໄດ້ຮັບການສະໜັບສະໜຸນດ້ານການເງິນຈາກ ສູນເຄືອຂ່າຍສາກົນເພື່ອມໍລະດົກວັດທະນະທຳບໍ່ມີຕົວຕົນໃນພາກພື້ນອາຊີປາຊີຟິກ (ICHCAP), ສູນຝຶກອົບຮົມສາກົນເພື່ອມໍລະດົກວັດທະນະທຳບໍ່ມີຕົວຕົນໃນພາກພື້ນອາຊີປາຊີຟິກ (CRIHAP) ແລະສະຖາບັນສື່ເດັກແລະຊາວໜຸ່ມ (TCI).
ການຝຶກອົບຮົມຄັ້ງນີ້ໄດ້ນໍາເອົາແນວຄວາມຄິດສາກົນກ່ຽວກັບມໍລະດົກວັດທະນະທໍາທີ່ບໍ່ມີຕົວຕົນ (ICH) ຫຼື ມໍລະດົກທີ່ມີຊີວິດມາປະສົມປະສານກັບນະວັດຕະກໍາການສຶກສາທີ່ທັນສະໄຫມ ເຊັ່ນ: ການສຶກສາເພື່ອການພັດທະນາແບບຍືນຍົງ (ESD) ການສຶກສາສໍາລັບການເປັນພົນລະໂລກ ແລະພົນລະເມືອງ. ການຝຶກອົບຮົມຄັ້ງນີ້ຈະສ້າງທັກສະພື້ນຖານໃຫ້ແກ່ຄູເພື່ອຮູ້ແລະເຂົ້າໃຈວັດທະນະທໍາທີ່ມີຮ່ວມກັນ ລະຫວ່າງລາວແລະໄທອີສານ ແລະເກັບກໍາຂໍ້ມູນດ້ວຍຊຸມຊົນທ້ອງຖິ່ນມີສ່ວນຮ່ວມທີ່ແທ້ຈິງ ແລະໃນທີ່ສຸດ, ຄູຈະສາມາດອອກແບບແຜນບົດຮຽນທີ່ມີປະສິດທິພາບ ເຊິ່ງໃຊ້ມໍລະດົກທ້ອງຖິ່ນເປັນວິທີການແລະ ເຄື່ອງມືການຮຽນຮູ້.
ຜູ້ເຂົ້າຮ່ວມການຝຶກອົບຮົມ ແລະ ທົດລອງແຜນການສອນຄັ້ງນີ້ ມີຄູສອນໂຮງຮຽນມັດທະຍົມ ຈາກ 20 ແຂວງໃນພາກຕາເວັນອອກສຽງເໜືອຂອງໄທ ແລະ 4 ແຂວງໃນ ສປປ ລາວ. (ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຈຳປາສັກ ແລະ ຊຽງຂວາງ) ລວມທັງບຸກຄະລາກອນຈາກພະແນກສ້າງຄູ, ກົມສ້າງຄູ ແລະ ພະແນກສຶກສາສັງຄົມ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ.
ເອກະສານສຳລັບຜູ້ເຂົ້າຮ່ວມສາມາດດາວໂຫຼດໄດ້:
- ເອກະສານປະກອບການຝຶກອົບຮົມ (3 ພາສາ)
- ຄັງເອກະສານທີ່ໃຊ້ໃນການຝຶກອົບຮົມ
- ເອກະສານການອ່ານທີ່ສໍາຄັນ:
- ຄູ່ມືຄູ ເລື່ອງ ການນໍາມໍລະດົກທີ່ມີຊີວິດມາສູ່ຫ້ອງຮຽນ ໃນອາຊີແລະແປຊິຟິກ (ພາສາໄທ)
- ການສອນທີ່ມີມໍລະດົກທາງວັດທະນະທໍາທີ່ມີຊີວິດ ໃນການສຶກສານອກລະບົບແລະນອກລະບົບ (ພາສາໄທ)
- ພົນລະໂລກສຶກສາ: ຫົວຂໍ້ ແລະຈຸດປະສົງການຮຽນຮູ້ (ພາສາໄທ)
- Learning with Intangible Heritage for a Sustainable Future: Guidelines for Educators in the Asia-Pacific Region (ພາສາອັງກິດ)
- Living Heritage and Education (Infosheet) (ພາສາອັງກິດ)
- ສື່ວີດີໂອແນະນຳແນວຄວາມຄິດຂອງການຮຽນ-ການສອນກັບມໍລະດົກວັດທະນະທຳທີ່ມີຊີວິດໃນອາຊີແລະປາຊີຟິກ (ພາສາໄທ)
- ເອກະສານກ່ຽວກັບຫົວຂໍ້ອື່ນໆທີ່ກ່ຽວຂ້ອງ:
